2013-10-09

ຄວາມຮູ້ເບື້ອງຕົ້ນ ການອອກແບບລະບົບ ບໍລິຫານ ແລະ ຈັດການວຽກການສຶກສາ EMIS

EMIS – Educational Management Information System

ບົດຄວາມ ແລະ ການອອກແບບນີ້ ແມ່ນໄດ້ອີງໃສ່ປະສົບການ ແລະ ການເຂົ້າຮ່ວມຝຶກອົບຮົມ 
ໃນໂຄງການ CIDA ປະເທດ ການາດາ ທີ່ນຳສະເໜີໂດຍ ອາຈານ Dave Wood 
ທີ່ເປັນຊ່ຽວຊານຂອງໂຄງການ (give credit to him, Dave Wood)
ລະບົບບໍລິຫານຈັດການວຽກງານການສຶກສາ ເວົ້າໂດຍລວມປະກອບດ້ວຍ 5 ໜ້າວຽກຫຼັກ:
  1. HRMS (Human Resource Management System) ແມ່ນລະບົບບໍລິການ ແລະ ຈັດການກ່ຽວກັບຂໍ້ມູນພະນັກງານ ຄູ ອາຈານ ທັງໝົດ ທົ່ວມະຫາວິທະຍາໄລ ເຊັ່ນ: ປະຫວັດ ອາຈານ, ພະນັັກງານ, ວຸດທິການສຶກສາ, ຊັ້ນ, ຂັ້ນ, ເງີືອນເດືອນພຶ້ນຖານ, ເງີນອຸດໜູນຕ່າງໆ, ແລະ ອື່ນໆ
  2. SIM ( Student Information Management) ແມ່ນລະບົບບໍລິການ ແລະ ຈັດການຂໍ້ມູນ ນັກສຶກສາ ລວມທັງການ ຄັດເລືອກເຂົ້າຮຽນ, ການລົງທະບຽນແຕ່ລະພາກຮຽນ, ການສອບເສັງ, ຄະແນນ, ໃບປະກາດ, … ເບີ່ງຮູບ
  3. LMS (Learning Management System)ແມ່ນພາກສ່ວນທີ່ບໍລິຫານ ແລະ ຈັດການ ການຮຽນຂອງນັກສຶກສາ ແລະ ການສິດສອນຂອງຄູອາຈານ ເຊັ່ນ: ການຂຶ້ນຫ້ອງ, ການປະເມີນອາຈານ, ການປະເມີນຫຼັກສູດ, ການຮຽນແບບ E-Learning, ການໃຫ້ຄະແນນ ອອນລາຍ, ແລະ ອື່ນໆ… ເບີ່ງຮູບ
  4. AMS (Academic Management System)ບໍລິຫານ ແລະ ຈັດການ ວຽກ ການສຶກສາທັງໝົດ ເຊັ່ນ: ການສ້າງຫຼັກສູດ ປ. ຕີ, ປ.ໂທ, ປ. ເອກ , ການສ້າງໂຄງຮ່າງວິຊາ, Programs, Curriculum, Course Outline, Course Description, ການພັດທະນາຫຼັກສູດ, ເອກະສານຮຽນ ຫຼື Course Materials ຕ່າງໆ ລວມເຖີງການຈັດຕາຕະລາງການຮຽນ ການສອນ.
  5. FMS (Financial Management System) ລະບົບບໍລິຫານ ແລະ ຈັດການ ວຽກການເງີນ ໄດ້ລວມເອົາ ການເຄື່ອນໄຫວຂອງວຽກ ການເງີນ ທຸກຢ່າງ ທີ່ເກີດຂຶ້ນໃນ ມະຫາວິທະຍາໄລ  ແລະ ລະບົບ ການລົງບັນຊີ ລາຍຮັບ ລາຍຈ່າຍ ຕ່າງໆ: ການຈັດຊື້, ບັນຊີ ທະນາຄານ, ແຜນງົບປະມານ, ແຜນຈ່າຍ, ຄຸ້ມຄອງ ສ້າງ,…
  6. ລະບົບ ຫໍສະໝຸດ ທີ່ທັນສະໄໝ ແລະ ເຂົ້າຫາແຫຼ່ງຄົ້ນຄວ້າຕ່າງໆ ໃນທົ່ວໂລກ. ນອກ ຈາກນີ້ແລ້ວ ແມ່ນລະບົບສະໜັບສະໜູນ ເຮັດໃຫ້ລະບົບ ສາມາດແລ່ນໄດ້ ເຊັ່ນ: ລະບົບເຄືອຂ່າຍ, ອີນເຕີເນັດ, ລະບົບຄວາມປອດໄພຂອງຂໍ້ມູນ, ລະບົບ Backup, ແລະ ອື່ນໆ
ເບີ່ງຮູບປະກອບເພີ້ມເຕີມ ເພື່ອຄວາມເຂົ້າໃຈ:

1 comment:

  1. บดตวย่าง present at soutsaka collage บ่อมีว่า at soutsaka collage

    ReplyDelete

Contact Form

Name

Email *

Message *