EMIS – Educational Management Information System
ບົດຄວາມ ແລະ ການອອກແບບນີ້ ແມ່ນໄດ້ອີງໃສ່ປະສົບການ ແລະ ການເຂົ້າຮ່ວມຝຶກອົບຮົມ ໃນໂຄງການ CIDA ປະເທດ ການາດາ ທີ່ນຳສະເໜີໂດຍ ອາຈານ Dave Wood ທີ່ເປັນຊ່ຽວຊານຂອງໂຄງການ (give credit to him, Dave Wood)
ລະບົບບໍລິຫານຈັດການວຽກງານການສຶກສາ ເວົ້າໂດຍລວມປະກອບດ້ວຍ 5 ໜ້າວຽກຫຼັກ:
- HRMS (Human Resource Management System) ແມ່ນລະບົບບໍລິການ ແລະ ຈັດການກ່ຽວກັບຂໍ້ມູນພະນັກງານ ຄູ ອາຈານ ທັງໝົດ ທົ່ວມະຫາວິທະຍາໄລ ເຊັ່ນ: ປະຫວັດ ອາຈານ, ພະນັັກງານ, ວຸດທິການສຶກສາ, ຊັ້ນ, ຂັ້ນ, ເງີືອນເດືອນພຶ້ນຖານ, ເງີນອຸດໜູນຕ່າງໆ, ແລະ ອື່ນໆ
- SIM ( Student Information Management) ແມ່ນລະບົບບໍລິການ ແລະ ຈັດການຂໍ້ມູນ ນັກສຶກສາ ລວມທັງການ ຄັດເລືອກເຂົ້າຮຽນ, ການລົງທະບຽນແຕ່ລະພາກຮຽນ, ການສອບເສັງ, ຄະແນນ, ໃບປະກາດ, … ເບີ່ງຮູບ
- LMS (Learning Management System)ແມ່ນພາກສ່ວນທີ່ບໍລິຫານ ແລະ ຈັດການ ການຮຽນຂອງນັກສຶກສາ ແລະ ການສິດສອນຂອງຄູອາຈານ ເຊັ່ນ: ການຂຶ້ນຫ້ອງ, ການປະເມີນອາຈານ, ການປະເມີນຫຼັກສູດ, ການຮຽນແບບ E-Learning, ການໃຫ້ຄະແນນ ອອນລາຍ, ແລະ ອື່ນໆ… ເບີ່ງຮູບ
- AMS (Academic Management System)ບໍລິຫານ ແລະ ຈັດການ ວຽກ ການສຶກສາທັງໝົດ ເຊັ່ນ: ການສ້າງຫຼັກສູດ ປ. ຕີ, ປ.ໂທ, ປ. ເອກ , ການສ້າງໂຄງຮ່າງວິຊາ, Programs, Curriculum, Course Outline, Course Description, ການພັດທະນາຫຼັກສູດ, ເອກະສານຮຽນ ຫຼື Course Materials ຕ່າງໆ ລວມເຖີງການຈັດຕາຕະລາງການຮຽນ ການສອນ.
- FMS (Financial Management System) ລະບົບບໍລິຫານ ແລະ ຈັດການ ວຽກການເງີນ ໄດ້ລວມເອົາ ການເຄື່ອນໄຫວຂອງວຽກ ການເງີນ ທຸກຢ່າງ ທີ່ເກີດຂຶ້ນໃນ ມະຫາວິທະຍາໄລ ແລະ ລະບົບ ການລົງບັນຊີ ລາຍຮັບ ລາຍຈ່າຍ ຕ່າງໆ: ການຈັດຊື້, ບັນຊີ ທະນາຄານ, ແຜນງົບປະມານ, ແຜນຈ່າຍ, ຄຸ້ມຄອງ ສ້າງ,…